ໜ້າຫຼັກ

“ຈົ່ງໃຫ້ວິໄສທັດຂອງເຈົ້າໂອບອ້ອມໂລກທັງມວນ…” ອົງພຣະສາສະດາ ພຣະບາຮາອຸລລາຫ໌

ຕະຫຼອດຍຸກສະໄໝໃນປະຫວັດສາດ, ພຣະຜູ້ເປັນເຈົ້າ ໄດ້ຊົງປະທານ ສຶກສາສາສະດາ ຜູ້ປະເສີດ ແດ່ມະນຸດ - ທີ່ຮູ້ກັນຕາມນາມທີ່ວ່າ ສິ່ງປະສິດປະສາດແຫ່ງພຣະຜູ້ເປັນເຈົ້າ - ຄໍາສອນຂອງທ່ານເຫຼົ່ານີ້ ວາງພື້ນຖານຂອງ ຄວາມສີວິໄລ. ສິ່ງປະສິດປະສາດເຫຼົ່ານີ້ລວມມີ ແອບບຣາແຮມ, ກຣິດສະນະ, ໂຊໂຣຍສເຕີ, ໂມເສດສ໌, ພຸດທະເຈົ້າ, ເຢຊູເຈົ້າ ແລະ ມູຮາມັດ. ບາຮາອຸລລາຫ໌, ຜູ້ສົ່ງສານ ແຫ່ງພຣະຜູ້ເປັນເຈົ້າ ຜູ້ລ້າສຸດ, ໄດ້ອະທິບາຍວ່າ ສາສະໜາຕ່າງໆຂອງໂລກ ມາຈາກຈຸດກຳເນີດດຽວກັນ ແລະ ສາມາດປຽບເໝືອນບົດຮຽນແຕ່ລະຕອນ ຈາກສາສະໜາດຽວຂອງພຣະຜູ້ເປັນເຈົ້າ.

ຊາວບາຮາຍເຊື່ອວ່າ ເປັນຄວາມຈຳເປັນທີ່ສຸດ ທີ່ມະນຸດຊາດກຳລັງປະເຊີນຢູ່ ແມ່ນການຊອກຫາວິໄສທັດ ອັນນຳມາເຊິ່ງ ຄວາມເປັນອັນໜື່ງອັນດຽວ ຂອງສັງຄົມໃນອະນາຄົດ ແລະ ຂອງທຳມະຊາດ ແລະ ຈຸດປະສົງ ຂອງການດຳລົງຊີວິດ. ວິໄສທັດດັ່ງກ່າວນີ້ ໄດ້ຖືກເປີດເຜີຍໃນຄຳພີ ຂອງພຣະບາຮາອຸລລາຫ໌.